ແບບຢ່າງເວບໄຊແບບທີ 2ຂອງ 3ພະແນກການຂອງວິທະຍາໄລ

ປະກາດຮັບສະໝັກນັກຮຽນປະຈຳສົກຮຽນ:2025-2026 ນັບແຕ່ວັນທີ 1 ກໍລະກົດ ປີ 2025 ຈົນຮອດວັນທີ 1 ກັນຍາ 2025

 

ປະກາດຮັບສະໝັກນັກຮຽນປະຈຳສົກຮຽນ:2025-2026 ນັບແຕ່ວັນທີ 1 ກໍລະກົດ ປີ 2025 ຈົນຮອດວັນທີ 1 ກັນຍາ 2025 

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ແມ່ນຂື້ນກັບການຄຸ້ມຄອງຂອງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການຊ່ວຍເຫຼືອລ້າ ຈາກລັດຖະບານຈີນ. ເນື້ອທັງໝົດຂອງວິທະຍາໄລ ມີ 14.5 ເຮັກຕາ, ເນື້ອທີ່ກໍ່ສ້າງ ທັງໝົດປະມານ 33.000 ຕາແມັດ. ການຈັດສັນເຂດວິທະຍາໄລປະກອບ ມີ: ເຂດຫ້ອງການບໍລິຫານ, ເຂດການຮຽນ-ການສອນ, ເຂດພາກປະຕິບັດ, ເຂດຫໍພັກ, ເຂດອອກກໍາລັງກາຍຫຼິ້ນກິລາ ແລະ ເຂດຊົມທັດສະນີຍະພາບ. ດ້ານຕາເວັນຕົກຂອງວິທະຍາໄລແມ່ນເຂດຫ້ອງການບໍລິຫານ ແລະ ເຂດການຮຽນ-ການສອນ; ດ້ານຕາເວັນອອກແມ່ນເຂດຫໍພັກນັກສຶກສາ ແລະ ຫໍພັກຄູ-ອາຈານ ປະກອບເປັນເຂດທີ່ຢູ່ອາໄສ; ດ້ານເໜືອແມ່ນເຂດອາຄານພາກປະຕິບັດ, ຫ້ອງຮຽນພາກປະຕິບັດ ແລະ ເດີ່ນພາກປະຕິບັດ ເພື່ອໃຊ້ເປັນເຂດການຮຽນ-ການສອນພາກປະຕິບັດຕົວຈິງ ແລະ ດ້ານໃຕ້ແມ່ນເຂດອອກກໍາລັງກາຍ. ສິ່ງປຸກສ້າງທີ່ສໍາຄັນຂອງວິທະຍາໄລປະກອບມີ ອາຄານອະເນກປະສົງ, ອາຄານບໍລິຫານ ແລະ ການຮຽນ-ການສອນ, ອາຄານພາກປະຕິບັດ, ຫໍພັກນັກວິຊາການ-ຄູອາຈານ ແລະ ຫໍພັກນັກສຶກສາ. ວິທະຍາໄລມີປະຕູທາງ ເຂົ້າ-ອອກ 2 ທາງ, ມີທາງວົງແຫວນຮອບໃນ ແລະ ທາງວົງແຫວນຮອບນອກ ເຊິ່ງ ທາງວົງແຫວນຮອບນອກແມ່ນໃຊ້ເປັນທາງສໍາລັບຍານພາຫະນະ ແລະ ທາງວົງແຫວນຮອບໃນແມ່ນທາງໃຊ້ສໍາລັບຄົນຍ່າງ









Post a Comment

Previous Post Next Post