ພາລະບົດບາດໜ້າທີ່

 




ອາຄານບໍລິຫານ ແລະ ການຮຽນ-ການສອນ ມີເນື້ອທີ່ກໍ່ສ້າງ 7.427,64 ຕາແມັດ, ເຊິ່ງພາກສ່ວນອາຄານ ການຮຽນ-ການສອນ ລວມມີ ຫ້ອງຮຽນ 36 ຫ້ອງ, ໃນນັ້ນຫ້ອງຮຽນອະເນກປະສົງມີ 18 ຫ້ອງ. ພາກສ່ວນອາຄານບໍລິຫານ ລວມມີ ຫ້ອງການ, ຫ້ອງປະຊຸມ, ຫ້ອງເກັບເອກະສານ ແລະ ອື່ນໆ. ການຈັດສັນຫ້ອງຮຽນ, ຫ້ອງການຕົ້ນຕໍແມ່ນຈັດລຽງກັນໂດຍຫັນໜ້າໄປທາງທິດເໜືອ, ປະກອບເປັນ 3 ສິ່ງກໍ່ສ້າງທີ່ເຊື່ອມຕໍ່ຫາກັນດ້ວຍລະບຽງເຊື່ອມຕໍ່, ຢູ່ລະບຽງເຊື່ອມຕໍ່ ປະກອບມີ ຫ້ອງປະຊຸມ, ຫ້ອງຮັບຕ້ອນ, ຫ້ອງຈັດກິດຈະກໍາຂອງນັກສຶກສາ ແລະ ອື່ນໆ. ການອອກແບບແມ່ນເນັ້ນໃສ່ການປົກປັກຮັກສາຕົ້ນໄມ້ໃຫຍ່ເດີມທີ່ມີຢູ່ແລ້ວເປັນສໍາຄັນ, ບັນດາສິ່ງກໍ່ສ້າງໄດ້ເຊື່ອມຕໍ່ເຂົ້າກັນລະຫວ່າງ ເດີ່ນ ແລະ ສວນ, ຊັ້ນລຸ່ມສຸດເປັນເຂດໂລ່ງຫວ່າງ ແລະ ລະບຽງນອກອາຄານໃຊ້ເປັນພື້ນທີ່ໃນການພົບປະແລກປ່ຽນຂອງບັນດາພະນັກງານ, ຄູອາ-ຈານ ແລະ ນັກສຶກສາ.









                        ເອກະສານກ່ຽວກັບບົດສະຫຼຸບໂຄງການ


          ເອກະສານກ່ຽວກັບບົດສະຫຼຸບໂຄງການ




Post a Comment